ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 5 ຕ້ອນຮັບ​ຄະນະ​ນັກ​ກິລາ
ທີ່​ສຳເລັດ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ທີ່ແຂວງ​ເຊ​ກອງ​ເປັນ​ເຈົ້າພາບ

     ໃນ​ວັນ​ທີ 27 ທັນວາ 2023 ຜ່ານມານີ້, ກອງ​ພົນ​ທີ 5 ຕ້ອນຮັບ​ຄະນະ​ນັກ​ກິລາ​ ທີ່​ສຳເລັດ​ການ​ເຂົ້າ​ຮ່ວມ​ແຂ່ງ​ຂັ້ນ​ກິລາ
ມວນ​ຊົນ ແລະ ກິລາ​ການ​ທະຫານ ທີ່​ແຂວງ​ເຊ​ກອງ​ເປັນ​ເຈົ້າພາບ, ໂດຍ​ການ​ຕ້ອນຮັບ​ຂອງ​ ສະຫາຍ ພັນ​ເອກ ຄຳ​ກົດ ອິນ​ສີ​ນາ
ກໍາມະການຄະນະປະຈຳ​ພັກ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ພົນ​ທີ 5 ພ້ອມ​ດ້ວຍ​ອົງ​ການຈັດຕັ້ງ​ມະຫາຊົນ​ຊາວ​ໜຸ່ມ​ແມ່​ຍິງ​ໃຫ້​
ກຽດ​ຕ້ອນຮັບ. ໃນ​ການ​ຕ້ອນຮັບ​ຄັ້ງ​ນີ້, ເພື່ອ​ເປັນ​ການສະແດງ​ເຖິງຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະນັກ​ກິລາ​ທີ່​ສາມາດ​ເຮັດ​ສຳເລັດ
ໜ້າທີ່ ທີ່ການຈັດຕັ້ງ​ຂັ້ນ​ເທິງມອບໝາຍ​ໃຫ້.

     ສະຫາຍ ພັນ​ໂທ ບຸນ​ນຳ ສີ​ຈັນທອນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 5 ຫົວໜ້າ​ຄະນະ​ນັກ​ກິລາ ​ໃຫ້​ຮູ້​ວ່າ: ພາຍ
ຫຼັງ​ໄດ້​ຮັບ​ການ​ຄຳ​ສັ່ງ​ຂອງ​ຜູ້​ບັນຊາກອງ​ພົນ​ທີ 5 ກໍຄື​ແຈ້ງ​ການຂອງ​ກົມ​ກອງ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ
ກິລາ​ມວນ​ຊົນ-ກິລາ ​ການ​ທະຫານ ທີ່​ແຂວງ​ເຊ​ກອງ​ເປັນ​ເຈົ້າພາບຄະນະ​ພັກ-ຄະນະ​ບັນຊາ ກໍໄດ້​ຮຽກ​ເອີ້ນ​ເອົາ​ນັກ​ກິລາ​ແຕ່​ລະ​ປະ
ເພດ ເຂົ້າ​ຮ່ວມ​ເຝິກ​ຊ້ອມ​ໃນ​ໄລຍະ​ເວລາ
2 ເດືອນ​ກວ່າເຫັນ​ວ່າ​ນັກ​ກິລາ​ມີ​ຄວາມ​ກະ​ຕື້ລືລົ້ນເຝິກ​ຊ້ອມ​ດ້ວຍຄວາມຫ້າວຫັນ ແລະ
ຮັກສາ​ໄດ້​ຄວາມ​ສາມັກຄີລະຫວ່າງ​ຄູ​ເຝິກ​ກັບ​ນັກ​ກິລາ​ເປັນ​ຢ່າງ​ດີ ກິລາ​ທີ່​ກອງ​ພົນ​ທີ 5 ນຳ​ເຂົ້າ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ລວມ​ມີ 15 ລາຍ
ການ​​ຄື: ກິລາ​ມວນ​ຊົນ​ ​ມີ 5 ລາຍການ, ກິລາ​ການ​ທະຫານ ​ມີ 4 ລາຍການ ແລະ ກິລາ​ຍີງ​ປືນ 6 ລາຍການ. ຜ່ານ​ການ​ແຂ່ງຂັນ
ແລະ ລົງ
​ສະໜາມ​ຕົວ​ຈິງ ກອງ​ພົນ​ທີ 5 ສາມາດ​ຍາດໄດ້ 4 ຂັນ 8 ລາງວັນ ໃນ​ນີ້, ກິລາ​ບານສົ່ງ​ຊາຍ​ໄດ້​ອັນ​ດັບ​ທີ I, ກິ​ລາ​ບານສົ່ງ
ຍິງ ໄດ້​ອັນ​ດັບ​ທີ I, ກິລາກະ​ຕໍ້​ໄດ້​ດັບ​ດັບ​ທີ I, ກິລາ​ຍິງ​ປືນ​ເດ​ກາ ໄດ້​ອັນ​ດັບ​ທີ I, ກິລາ​ບານເຕະ​ຊາຍ​ ໄດ້​ອັນ​ດັບ​ທີ II, ກິລາ​ນັກຮົບ
ແຂງແຮງ​ທີມ ໄດ້​ອັນ​ດັບ​ທີ II, 3 ວິຊາ​ການ​ທະຫານ​ສົມທົບ​ໄດ້​ທີ II. ກິລາ​ນັກຮົບ​ແຂງແຮງ​ໄດ້​ທີ III, ກິລາ​ຍິງ​ປືນ​ແອັດ​ສະ​ແບ​ແດ
ໄດ້​ທີ III, ກິລາ​ຍິງ​ປືນ​ແອ​ເລີ​ເປ​ກາ​ໄດ້​ອັນ​ດັບ​ທີ III, ນັກຮົບ​ແຂງແຮງ​ບຸກຄົນ​ໄດ້​ທີ III.

ແຫຼ່ງທີ່ມາ: ແສງ​ອາທິດ ສີດາ​ໄລ
ວັນທີ 02/01/2024